SWD Social Work & Development

SWD Social Work & Development

Share

ຄິດດີ ມີວິໄນ ໄຝ່ຄວາມຮູ້ ຄູ່ສິນທຳ ນຳປັນຍາ ພັດທະນາສັງຄົມ
( To build graduates to be good citizens, to be disciplined, and to acquire knowledge and morality for social development )
ພາກວິຊາ ສັງຄົມສົງເຄາະ ແລະ ການພັດທະນາ ທຳອິດເປັນຫຼັກສູດໜຶ່ງຊື່ວ້າ : ສັງຄົມວິທະຍາ ແລະ ການພັດທະນາສັງຄົມ ທີ່ຂຶ້ນກັບພາວິຊາ ວິທະຍາສາດການເມືອງ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ຊຶ່ງໄດ້ຮັບຮອງໃນວັນທີ 11 ມັງກອນ 2006 ຕາມຂໍ້ຕ

Photos from SWD Social Work & Development's post 09/12/2025

ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ, ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ສຳເລັດການຈັດເວທີສຳມະນາລະດັບຊາດກ່ຽວກັບວຽກງານປົກປ້ອງສັງຄົມ ພາຍໃຕ້ຫົວຂໍ້ “ການຫັນເປັນດິຈິຕອນ, ເພື່ອກ້າວຜ່ານການປ່ຽນແປງ ແລະການບໍລິການຍຸກໃໝ່” ໃນວັນທີ 8 ພະຈິກ 2025 ທີ່ສະໂມສອນໃຫຍ່ ມຊ, ພາຍໃຕ້ການຮ່ວມມືກັບອົງການແຮງງານສາກົນ (ILO) ແລະ ອົງການOXFAM ປະຈຳລາວ.
ໃນນີ້ໄດ້ມີການຈັດແຂ່ງຂັນນຳສະເໜີແຜນໂຄງການຂອງນັກສຶກສາພາຍໃຕ້ຫົວຂໍ້ “ພວກເຮົາຈະສະໜອງການບໍລິການດ້ານການຊ່ວຍເຫຼືອສັງຄົມ ແລະການອຸດໜູນດ້ານການເງິນໃຫ້ແກ່ຊຸມຊົນໄດ້ຄືແນວໃດ” ໂດຍມີນັກສຶກສາທີ່ຜ່ານການຄັດເລືອກຮອບທຳອິດຈຳນວນ5 ທີມ.
ຜ່ານການແຂ່ງຂັນນໍາສະເໜີແຜນໂຄງການ ທີມທີ່ໄດ້ຮັບລາງວັນຊະນະເລີດອັນດັບທີ 1 ໄດ້ແກ່ນັກສືກສາທີ່ນໍາສະເໜີຫົວຂໍ້ “ໂຄງການສະໜັບສະໜູນທຶນການສຶກສາໃຫ້ກັບເດັກນ້ອຍດ້ອຍໂອກາດຢູ່ເຂດຊົນນະບົດໂດຍການນຳໃຊ້ບັດຮັບການອຸດໜູນຜ່ານການລາຍງານຂໍ້ມູນແບບຕິຈິຕອລ”. ອັນດັບທີ 2 ໄດ້ແກ່ນັກສືກສາທີ່ນໍາສະເໜີຫົວຂໍ້ “ຄວາມຫວັງເລີ່ມຕົ້ນຈາກແມ່”, ແລະ ອັນດັບທີ 3 ໄດ້ແກ່ນັກສືກສາທີ່ນໍາສະເໜີຫົວຂໍ້ “ເຄື່ອຂ່າຍບັນເທົາທຸກຊຸມຊົນ ວິລະຊົນຫຼຸດຜ່ອນຄວາມສ່ຽງຈາກໄພພິບັດໃນ ສປປ ລາວ”

Photos from ຄະນະວິທະຍາສາດສັງຄົມ ມຊ's post 27/01/2025

🥰🥰🥰

11/04/2024

ເນື່ອງໃນໂອກາດປີໃໝ່ລາວ 2567 ທີ່ກຳລັງຈະມາຮອດ
ຄະນະວິທະຍາສາດສັງຄົມຈະຈັດງານສະເຫຼີມສະຫຼອງບຸນປີໃໝ່ລາວໃນວັນທີ 12 ເມສາ 2024 ໂດຍການເປັນເຈົ້າພາບຂອງພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ
ດັ່ງນັ້ນ ຈຶ່ງຂໍເຊີນຊວນນັກສຶກສາ, ອາດີດນັກສຶກສາ ແລະ ຄູ່ຮ່ວມງານຂອງພວກເຮົາທຸກຄົນເຂົ້າຮ່ວມງານນຳເດີ່
#ບຸນປີໃໝ່ລາວ #ປີໃຫມ່ລາວ2024
ມາມ່ວນຊື່ນອວຍພອນເຊິ່ງກັນແລະກັນ

Want your school to be the top-listed School/college in Vientiane?
Click here to claim your Sponsored Listing.

Website

Address


Vientiane