Rural Development Agency RDA.
Our mission:
Facilitating a holistic self-sustaining capacity strengthening and quality service provision in community education, environmental health and youth empowerment for a healthy and prosperous people of Laos. Overall Objective:
- To provide holistic community learning model for improved and alternative livelihoods.
- To engage and build capacity of communities; youth and women to particip
ຢຸດ! ຄວາມຮຸນແຮງໃນໂລກດິຈິຕອລ ✋💻
ສຳລັບແມ່ຍິງ ແລະ ເດັກຍິງຫຼາຍຄົນ, ໂລກອອນລາຍອາດເຕັມໄປດ້ວຍຄວາມສ່ຽງ.
"ຄວາມຮຸນແຮງ" ບໍ່ໄດ້ເກີດຂຶ້ນພຽງແຕ່ທາງຮ່າງກາຍ, ແຕ່ໃນໂລກດິຈິຕອລ ບາດແຜທາງໃຈກໍເຈັບປວດບໍ່ຕ່າງກັນ.
ເນື່ອງໃນໂອກາດ ແຄມເປນ 16 ວັນ ເພື່ອຕ້ານການໃຊ້ຄວາມຮຸນແຮງທາງເພດ ສູນພັດທະນາຊົນນະບົດ (RDA) ຂໍຮ່ວມຢືນຄຽງຂ້າງປະຊາຄົມໂລກ ເພື່ອປະກາດຈຸດຢືນໃນການ #ຢຸດຕິຄວາມຮຸນແຮງທາງດິຈິຕອລ ຕໍ່ແມ່ຍິງ ແລະ ເດັກຍິງ.
ການຄຸກຄາມ, ການຂົ່ມເຫັງ ຫຼື ການປະຈານທາງອອນລາຍ ບໍ່ແມ່ນເລື່ອງປົກກະຕິ. ມາຮ່ວມກັນສ້າງພື້ນທີ່ອອນລາຍທີ່ປອດໄພ ແລະ ເຄົາລົບເຊິ່ງກັນ ແລະ ກັນ ແລະ ເປັນສ່ວນໜຶ່ງຂອງການປ່ຽນແປງ ໃນວາລະ 16 ວັນແຫ່ງການເຄື່ອນໄຫວນີ້.
ຢ່າເບິ່ງຂ້າມ, ຢ່າທົນງຽບ, ຊ່ວຍກັນລາຍງານ ແລະ ຢຸດຕິທຸກການກະທຳທີ່ຮຸນແຮງ; ເພາະທຸກຄົນສົມຄວນໄດ້ຮັບຄວາມປອດໄພ ບໍ່ວ່າຈະຢູ່ໃສກໍຕາມ.
ວິດີໂອທີ່ທ່ານຈະໄດ້ເບິ່ງຕໍ່ໄປນີ້ ຖືກຜະລິດຂຶ້ນມາໂດຍ RDA ແລະ STELLA - ສະເຕ່ວລ້າ ພວກເຮົາໄດ້ຮັບການສະໜັບສະໜູນຈາກ ແຜນງານ VOICE, ອົງການ OXFAM ປະຈຳລາວ ຜ່ານໂຄງການ NOW-Us Awards Laos ໃນປີ 2024.
ໃຫ້ຄວາມສຳຄັນກັບສຽງຂອງທຸກຄົນສະເໝີ. ເຖິງວ່າໂຄງການຈະສິ້ນສຸດລົງ, ແຕ່ແຮງບັນດານໃຈ ແລະ ຜົນສຳເລັດທີ່ໄດ້ສ້າງຂຶ້ນ ຈະຍັງຄົງຢູ່ ເພື່ອນຳພາພວກເຮົາໄປສູ່ການປ່ຽນແປງໃນອະນາຄົດຕໍ່ໄປ.
▶️ ຂໍເຊີນຊວນທຸກທ່ານຕິດຕາມວິດີໂອປິດທ້າຍນີ້ ເພື່ອຮ່ວມກັນສ້າງສັນຍານແຫ່ງຄວາມຫວັງ, ສືບຕໍ່ການເດີນທາງສ້າງໂລກດິຈິຕອລທີ່ປອດໄພ ແລະ ສົດໃສສຳລັບແມ່ຍິງ ແລະ ເດັກຍິງທຸກຄົນ!
#16ວັນ #ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງແລະເດັກຍິງ #ສີສົ້ມ #ບໍ່ຍອມຮັບຄວາມຮຸນແຮງ
17/11/2025
ວ່າແນວໃດໄວໜຸ່ມ!!! ສໍາລັບໄວໜຸ່ມຜູ້ທີ່ມີຄວາມຕ້ອງການຢາກສ້າງການປ່ຽນແປງໃຫ້ຕົນເອງເພື່ອອະນາຄົດ ສູນພັດທະນາຊົນນະບົດ ເປິດຮັບສະໝັກໄວໜຸ່ມເຂົ້າຮ່ວມໂຄງການ “ ຮຽນຮູ້ເພື່ອອະນາຄົດ ຫຼື I4Future ” ໂຄງການນີ້ເປັນໂຄງການທີ່ເປີດໂອກາດໃຫ້ກັບໄວໜຸ່ມໄດ້ມາຮຽນຮູ້, ທົດລອງ ແລະ ລົງປະຕິບັດຕົວຈິງ ເພື່ອສ້າງປະສົບການທີ່ດີໃຫ້ກັບຕົນເອງ ສິ່ງທີ່ຈະໄດ້ຮຽນຮູ້ ແລະ ເງື່ອນໄຂໃນການຮັບສະໝັກ ສາມາດອ່ານໃນຮູບທີ່ໂພສລົງນີ້ໄດ້ເລີຍ ສົນໃຈສະໝັກສາມາດກົດລິ້ງສະໝັກທີ່ຢູ່ໃນຄອມເມັ້ນຂອງໂພສນີ້ ຫຼື ສະແກນຄິວອາໂຄດທີ່ຢູ່ໃນຮູບໂພສເຕີຂອງພວກເຮົາ
ສອບຖາມຂໍ້ມູນສາມາດຕິດຕໍ່:
ເບີໂທ :
020 7801 0015 ຕານ້ອຍ (ໄດ້ທັງໂທ ແລະ ສົ່ງ WhatApp ໄດ້);
020 2888 5944 ແຂກ (ໄດ້ທັງໂທ ແລະ ສົ່ງ WhatApp ໄດ້);
ຫຼື ສົ່ງຂໍ້ຄວາມເຂົ້າມາໃນ page: Rural Development Agency RDA.
ຂໍ້ມູນເພີ່ມຕື່ມທີ່: https://rdalaos.org/2026-i4f/
________________________________________
#ໂຄງການຮຽນຮູ້ເພື່ອອະນາຄົດ
rdalaos.org
30/09/2025
ເຕີມໄຟໃຫ້ໄວລຸ້ນ ເປັນກິດຈະກຳຫຼ້າສຸດທີ່ທີມງານສະເຕ່ວລ້າ ຈັດຂື້ນມາເພື່ອໃຫ້ອ້າຍເອື້ອຍຈາກຫຼາຍໆພາກສ່ວນ ໄດ້ມາສ້າງແຮງບັນດານໃຈ ຫຼື ແບ່ງເປັນເຄັດບໍ່ລັບທີ່ເຂົາເຈົ້າໃຊ້ໃນຊີວິດປະຈຳວັນ ຫຼື ເຮັດສິ່ງດີໆໃຫ້ກັບຊຸມຊົນ ແລະ ສັງຄົມ.
ມື້ນີ້ຈະພາທຸກຄົນມາ ຮູ້ຈັກກັບ ເອື້ອຍ ຈັນທະລັງສີ ສີສຸວັນ ຫຼື ເອື້ອຍສີ່ ຜູ້ກໍ່ຕັ້ງ ແລະ ຜູ້ອໍານວຍການຂອງສູນພັດທະນາຊົນນະບົດ (RDA) ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ, ເຊີ່ງເປັນອົງກອນບໍ່ຫວັງຜົນກໍາໄລ ທີ່ເຮັດວຽກຮ່ວມກັບໄວໜຸ່ມ, ຊຸມຊົນ ແລະ ອຳນາດການປົກຄອງທ້ອງຖິ່ນ, ເພື່ອການສົ່ງເສີມການພັດທະນາຊຸມຊົນແບບຍືນຍົງຢູ່ໃນລາວ. ທັງດ້ານສິ່ງແວດລ້ອມ, ໂພຊະນາການ, ສຸຂານາໄມ ແລະ ການຄໍາປະກັນສະບຽງອາຫານ.
ດ້ວຍປະສົບການ ແລະ ເຄືອຄ່າຍທີ່ກວ້າງຂວາງ ລາວສ້າງໂອກາດໃຫ້ຊຸມຊົນມີສ່ວນຮ່ວມໃນການຕັດສິນໃຈ ແລະ ເສີມສ້າງທັກສະອາຊີບຜ່ານຜູ້ປະກອບການຂະໜາດນ້ອຍໃນສັງຄົມ, ຊຸມຊົນ ແລະ ຊົນນະບົດຂອງ ສປປ ລາວ ໃນພາກພື້ນ.
ເອື້ອຍສີ່ຄິດວ່າ Food waste ສ້າງຜົນກະທົບຕໍ່ກັບສິ່ງແວດລ້ອມຍ້ອນວ່າ ການບໍລິໂພກທີ່ສີ້ນເປືອງ ຫຼື ປະຖີ້ມອາຫານຈົນກາຍເປັນອາຫານເສດເຫຼືອ ແມ່ນສິ່ງທີ່ໜ້າລະອາຍຫຼາຍ, ເພາະຍັງມີເດັກນ້ອຍ ແລະ ແມ່ຍິງຖືພາ ຂາດອາຫານທີ່ຫຼາກຫຼາຍ ເປັນບັນຫາທີ່ນັກພັດທະນາຄືພວກເຮົາຕ້ອງໄດ້ຕໍ່ສູ້ ແລະ ໃຫ້ຄວາມຮູ້ແບບຮີບດ່ວນຕໍ່ກັບທຸກຄົນໃນຊຸມຊົນ. ນອກຈາກນັ້ນເມື່ອໄດ້ຍີນຄໍາຖາມວ່າ ຄິດແນວໃດກັບ ຜົນກະທົບຕໍ່ສິ່ງແວດລ້ອມຂອງອາຫານທີ່ເສດເຫຼືອ ແນ່ນອນມັນກະທົບຕໍ່ແຮງງານກະສິກອນ ພະລັງງານການຜະລິດ ແລະ ສ້າງມົນລະພິດໃຫ້ສິ່ງແວດລ້ອມຈາກສິ່ງເສດເຫຼືອຂອງອາຫານເຫຼົ່ານີ້.
ເພື່ອຫຼຸດ Food waste ສິ່ງທີ່ເອື້ອຍສີ່ເລືອກເຮັດແມ່ນ:
• ວາງແຜນການກິນ ແລະ ໃຊ້ວັດຖຸດິບໃຫ້ພໍດີ.
• ຖ້າມີອາຫານຫຼາຍ ຈະແບ່ງປັນໃຫ້ຄົນໃກ້ຕົວ ຫຼື ເພື່ອນຮ່ວມງານ.
• ສ່ວນທີ່ເປັນອາຫານເສດເຫຼືອແມ່ນ ນໍາໄປໃຫ້ຂີ້ກະເດືອນທີ່ອອຟຟິດ ເພື່ອການຍ່ອຍສະລາຍກັບຄືນສູ່ທໍາມະຊາດ.
ອາຫານເສດເຫຼືອບໍ່ແມ່ນເລື່ອງໄກຕົວ ແຕ່ຄືສິ່ງທີ່ເຮົາທຸກຄົນຊ່ວຍຫຼຸດຜ່ອນກັນໄດ້ ເລີ່ມຈາກການວາງແຜນການກິນແບບພໍດີ ແລະ ຈັດການເສດອາຫານໃຫ້ກັບຄືນສູ່ທຳມະຊາດ ລອງມາສ້າງ ວັດທະນະທຳ ບໍ່ຖິ້ມອາຫານຖ້າບໍ່ຈຳເປັນ ເພື່ອຊ່ວຍຮັກສາສິ່ງແວດລ້ອມ ແລະ ສ້າງຄວາມຫມັ້ນຄົງທາງສະບຽງອາຫານໄປພ້ອມກັນ. ແລ້ວເຈົ້າເດມີວິທີຈັດການກັບເສດອາຫານແບບໃດແດ່?ມາແບ່ງປັນກັນໄດ້ເລີຍ.
ສຳລັບຄອມເມັ້ນໃດທີ່ຖືກໃຈທີມງານ ເຮົາມີຂອງທີ່ລະນຶກງາມໆໃຫ້ 3 ລາງວັນລາຍລະອຽດອ່ານຕໍ່ໄດ້ໃນຄອມເມັ້ນເລີຍ.
Click here to claim your Sponsored Listing.
Contact the organization
Telephone
Website
Address
Vientiane
Opening Hours
| Monday | 08:00 - 17:00 |
| Tuesday | 08:00 - 17:00 |
| Wednesday | 08:00 - 17:00 |
| Thursday | 08:00 - 17:00 |
| Friday | 08:00 - 17:15 |