LCN
28/04/2022
ຫາລືການສົ່ງເສີມກາເຟລາວ ໃຫ້ເປັນໜຶ່ງປະເທດ ໜຶ່ງຜະລິດຕະພັນ
ທ່ານ ເພັດ ພົມພິພັກ ລັດຖະມົນ ຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາຊາຣ໌ ຮາຢັດ ຜູ້ຕາງໜ້າອົງການ ອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ເພື່ອການປຶກສາຫາລື ກ່ຽວກັບສະພາບການເພີ່ມຂຶ້ນ ຂອງລາຄາສິນຄ້ານໍາເຂົ້າກະສິກໍາ ແລະ ພະລັງງານ ແລະ ການສົ່ງເສີມກາເຟລາວໃຫ້ເປັນ ໜຶ່ງປະເທດ ໜຶ່ງຜະລິດຕະພັນ.
ທ່ານ ນາຊາຣ໌ ຮາຢັດ ໄດ້ກ່າວວ່າ: ອົງການ FAO ໄດ້ໃຫ້ຄວາມສົນໃຈໃນການພັດທະນາ “ການເຕີບໂຕທາງເສດຖະກິດສີຂຽວ ຕາມແລວທາງລົດໄຟ” ຂໍ້ລິເລີ່ມແຮນອິນແຮນ (HIHI) ໂດຍສະເພາະ ກາເຟ ເຊິ່ງໄດ້ສະເໜີໃຫ້ຖືກຄັດເລືອກເປັນຜະລິດຕະພັນຂອງ ສປປ ລາວ ການລິເລີ່ມວຽກງານ “ໜຶ່ງປະເທດ ໜຶ່ງຜະລິດຕະພັນ” ໂດຍຈະໄດ້ນຳສະເໜີຜ່ານທາງອອນລາຍ ໃນລະດັບພາກພື້ນ ໃນຕົ້ນເດືອນພຶດສະພາ ທີ່ຈະມາເຖິງ ເຊິ່ງຈຸດປະສົງຂອງການລິເລີ່ມໃນລະດັບສາກົນນີ້ ເພື່ອຄັດເລືອກ ແລະ ສົ່ງເສີມຜະລິດຕະພັນໜຶ່ງດຽວ ຈາກແຕ່ລະປະເທດທີ່ໄດ້ຮັບການຍອມຮັບ ວ່າມີທ່າແຮງທີ່ສໍາຄັນ.
ໃນການພົບປະຄັ້ງນີ້, ທ່ານ ນາຊາຣ໌ ຮາຢັດ ໄດ້ຍົກບາງປະເດັນກ່ຽວກັບການເພີ່ມຂຶ້ນຂອງການນຳເຂົ້າສະບຽງອາຫານ, ຜະລິດຕະພັນກະສິກຳ ແລະ ບາງໜ້າວຽກຂອງອົງການ FAO ທີ່ຈະໄດ້ດຳເນີນການວິເຄາະປະເມີນ ເພື່ອເຂົ້າໃຈເຖິງຜົນກະທົບ ຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານພາຍໃນປະເທດ ອີກດ້ວຍ.
Click here to claim your Sponsored Listing.
Category
Website
Address
Vientiane