AD Pro
11/03/2024
16/06/2023
ຮັບຍິງໂຄສະນາແລະເພີ່ມຍອດໄລ້ເພຈ
16/12/2021
ເຄັດລັບໃນການດູແລລູກນ້ອຍໃນຊ່ວງໜ້າໜາວ:
ຊ່ວງນີ້ເຂົ້າສູ່ລະດູໜາວແລ້ວ ພໍ່ແມ່ທີ່ມີລູກນ້ອຍຄວນຈະດູແລສຸຂະພາບຂອງລູກໃຫ້ແຂງແຮງປາສະຈາກໂລກໄພໄຂ້ເຈັບຕ່າງໆ ໃນຊ່ວງລະດູໜາວທີ່ອາກາດໜາວເຢັນ ແລະ ບໍ່ສະບາຍໄດ້ງ່າຍ ມື້ນີ້ເຮົາມີເຄັດລັບວິທີດູແລລູກນ້ອຍຊ່ວງໜ້າໜາວມາຝາກກັນ:
ເຂົ້າລະດູໜາວແລ້ວເຮົາຈະຮັກສາສຸຂະພາບລູກນ້ອຍແນວໃດ? ລະດູໜາວອາດຈະເຮັດໃຫ້ລູກກິນອາຫານໄດ້ຫຼາຍຂຶ້ນຍ້ອນວ່າ:
- ສະພາບອາກາດທີ່ເຍັນລົງ ເຮັດໃຫ້ອຸນຫະພູມຂອງສະພາບແວດລ້ອມ ຕໍ່າລົງກວ່າອຸນຫະພູມຂອງຮ່າງກາຍຫຼາຍ, ຮ່າງກາຍຂອງລູກນ້ອຍຈຶ່ງຕ້ອງໄດ້ປັບຕົວໃຫ້ພໍ່ ແລະ ແມ່ສາມາດສ້າງຄວາມອົບອຸ່ນໃຫ້ກັບລູກ ລູກຍັງມີການຈະເລີນເຕີບໃຫຍ່ຂອງຮ່າງກາຍຍັງບໍ່ສົມບູນການປັບຕົວໃນສະພາບອາກາດທີ່ໜາວເຢັນ ຈຶ່ງເຮັດໃຫ້ລໍາບາກ ແລະ ອາດເຮັດໃຫ້ເກີດການເຈັບປ່ວຍໄດ້ງ່າຍ.
- ໃນລະດູໜາວຈະເໝາະກັບການຈະເລີນເຕີບໂຕຂອງເຊື້ອພະຍາດບາງຊະນິດທີ່ກໍ່ໃຫ້ເກີດພະຍາດຕ່າງໆເຊັ່ນ: ໄຂ້ຫັວດ. ພະຍາດຕິດເຊື້ອໃນລະບົບທາງເດີນອາຫານ, ໂດຍລູກນ້ອຍອາດຕິດເຊື້ອພະຍາດເຫຼົ່ານີ້ໄດ້ງ່າຍ ເນື່ອງຈາກລະບົບພູມຄຸ້ມກັນຂອງຮ່າງກາຍຍັງບໍ່ຈະເລີນເຕີບໃຫຍ່ສົມບູນຄືກັບຜູ້ໃຫຍ່.
- ເດັກນ້ອຍທີ່ເປັນພູມແພ້ບໍ່ວ່າຈະເປັນພູມແພ້ທາງລະບົບທາງເດີນຫາຍໃຈເຊັ່ນ: ຫອດລົມ ຫຼື ເລືອດ, ຜື່ນພູມແພ້ຜິວໜັງອັກເສບ ໃນອາກາດທີ່ໜາວເຢັນອາດຈະເປັນຜື່ນຂຶ້ນ ແລະ ບໍ່ສະບາຍໄດ້ງ່າຍກ່ອນພາວະອາກາດອື່ນໆ.
ເມື່ອຮູ້ວ່າສາເຫດຂອງການເຈັບເປັນແລ້ວ ເຮົາມາເບິ່ງແຍງສຸຂະພາບລູກນ້ອຍເພື່ອປ້ອງກັນການເຈັບເປັນດ້ວຍວິທີດັ່ງນີ້:
1. ປົກປ້ອງໃຫ້ຮ່າງກາຍລູກອົບອຸ່ນຢູ່ສະເໝີ: ໂດຍໃຫ້ລູກໃສ່ເສື້ອໜາໆ, ໃສ່ສະບາຍ, ເສື້ອແຂນຍາວ, ໂສ້ງຂາຍາວ. ຖ້າຢູ່ໃນບໍລິເວນທີ່ອາກາດໜາວຫຼາຍ, ຄວນໃສ່ໝວກ, ຖົງມື, ຖົງຕີນໃຫ້ລູກ, ໃຫ້ລູກກິນແຕ່ອາຫານປຸງສຸກໃໝ່ໆ ແລະ ກິນນໍ້າອຸ່ນຫຼາຍໆ, ງົດນໍ້າເຢັນເພື່ອໃຫ້ຮ່າງກາຍອົບອຸ່ນ.
2. ລະວັງ ແລະ ປົກປ້ອງລູກນ້ອຍຈາກເຊື້ອພະຍາດຕ່າງໆເຊິ່ງມັກລະບາດໃນຊ່ວງຍາມໜາວ:
- ໂດຍບໍ່ພາລູກໄປໃນບ່ອນທີ່ຄົນຫຼາຍເຊັ່ນ ຫ້າງຊັບພະສິນຄ້າ ຫຼື ຕະຫຼາດນັດ.
- ລ້າງມືຕະຫຼອດດ້ວຍສະບູ່ເມື່ອໄປສໍາຜົດກັບສິ່ງແວດລ້ອມພາຍນອກ.
- ລະວັງບໍ່ໃຫ້ລູກເອົາມື ຫຼື ສິ່ງຂອງເຂົ້າປາກ.
- ໃຫ້ລູກກິນອາຫານທີ່ສະອາດປຸງສຸກໃໝ່ໆ.
- ບໍ່ໃຫ້ລູກໃຊ້ບ່ວງ ຫຼື ທໍ່ດູດຮ່ວມກັບຄົນອື່ນເດັດຂາດ.
- ໃຫ້ລູກນ້ອຍໄດ້ຮັບວັກຊີນເພື່ອປ້ອງກັນເຊື້ອພະຍາດຢ່າງຄົບຖ້ວນຕາມຊ່ວງອາຍຸ.
- ໃຫ້ລູກກິນນົມແມ່ເຊິ່ງມີພູມຕ້ານທານຕໍ່ເຊື້ອພະຍາດຕ່າງໆ.
3. ຖ້າຫາກວ່າລູກເປັນໂລກພູມແພ້ທາງເດີນຫາຍໃຈ ຫຼື ຜິວໜັງ:
- ເບິ່ງແຍງສຸຂະພາບລູກເພື່ອບໍ່ໃຫ້ອາການພູມແພ້ ໂດຍໃຫ້ນອນຫຼັບພັກຜ່ອນຢ່າງພຽງພໍ ກິນອາຫານທີ່ມີປະໂຫຍດ, ອອກກໍາລັງກາຍໃຫ້ເໝາະສົມກັບພັດທະນາການສົມໄວ.
- ຫຼີກລ້ຽງສານກໍ່ພູມແພ້ທີ່ລູກ ແລະ ສານລະຄາຍເຄືອງທາງເດີນຫາຍໃຈ.
- ເມື່ອມີອາການຜື່ນພູມແພ້ຜົວໜັງອັກເສບກໍ່ຄວນທາຢາ ຫຼື ໂລຊັ້ນລົດການອັກເສບ ຖ້າມີນໍ້າມູກກໍ່ຄວນຊ່ວຍລ້າງດັງບັນເທົາອາການ, ກິນຢາແກ້ແພ້ຕ່າງໆ.
ທັງນີ້ວິທີການເບິ່ງແຍງລູກໃນຊ່ວງໜ້າໜາວເປັນພຽງການປ້ອງກັນເທົ່ານັ້ນແຕ່ຖ້າລູກມີອາການເຈັບປ່ວຍທີ່ມີຄວາມຮຸນແຮງເກີດຂຶ້ນກໍ່ຄວນຟ້າວໄປປຶກສາໝໍທັນທີ.
ອ້າງອີງຈາກ: https://th.theasianparent.com/1710-take-care-of-baby-in-winter-season-2019
---------------------------------------
#ຄອບຄົວແຂງແຮງ
#ນົມເຫຼືອງ #ເນເຈີເຮັດ
#ເຕີບໃຫຍ່ #ພູມຕ້ານທານດີ #ບຳລຸງສະໝອງດີ
Click here to claim your Sponsored Listing.
Telephone
Website
Address
Dongdok Village, Xaythani District, Vientiane Capital
Vientiane
010000