Xiang Miang Lab
Established in 2020, Xiang Miang Lab is a dynamic youth empowerment social enterprise committed to cultivating a problem-solving mindset among Lao youths through the development of entrepreneurship and digital skills. Our comprehensive program is strategically designed to equip participants with the essential tools and knowledge needed to thrive in the digital age and contribute positively to thei
01/01/2026
⏰ ຂະຫຍາຍເວລາຮັບສະໝັກ! | 𝗘𝗫𝗧𝗘𝗡𝗗𝗘𝗗 𝗗𝗘𝗔𝗗𝗟𝗜𝗡𝗘: 𝗗𝗜𝗚𝗜𝗧𝗔𝗟 𝗖𝗥𝗘𝗔𝗧𝗢𝗥 𝗛𝗔𝗖𝗞𝗔𝗧𝗛𝗢𝗡
(English below)
ຂ່າວດີ! ຍ້ອນມີສຽງຮຽກຮ້ອງເຂົ້າມາຢ່າງຫຼວງຫຼາຍ, ພວກເຮົາຕັດສິນໃຈ ຂະຫຍາຍເວລາປິດຮັບສະໝັກໄປຈົນເຖິງວັນທີ 7 ມັງກອນ 2026!
ນີ້ແມ່ນໂອກາດສຸດທ້າຍສຳລັບ ນັກສ້າງສັນ, ນັກອອກແບບ, ນັກພັດທະນາ, ຜູ້ໃຫ້ການສຶກສາ ແລະ ໄວໜຸ່ມ ທີ່ຢາກປ່ຽນໄອເດຍໃຫ້ກາຍເປັນນະວັດຕະກຳສື່ ເພື່ອຕໍ່ຕ້ານໄພຕົວະຕົ້ມທາງອອນລາຍ (Online Scams) ໂດຍການນຳໃຊ້ AI.
🚀 ຢ່າປ່ອຍໃຫ້ໂອກາດນີ້ຫຼຸດມື! ມາຮ່ວມສ້າງສັງຄົມດິຈິຕອນທີ່ປອດໄພກວ່າເກົ່າໃນ ສປປ ລາວ ນຳກັນ.
📅 ກຳນົດການໃໝ່:
ປິດຮັບສະໝັກ: 7 ມັງກອນ 2026
ວັນຈັດງານ: 15, 16 ແລະ 24 ມັງກອນ 2026
ສະຖານທີ່: American Center Vientiane (ສູນອາເມລິກາວຽງຈັນ)
🔗 ສະໝັກເລີຍ: [https://forms.gle/hVJGMwNYJQtFRvwx9]
---------------------------
⏰ DEADLINE EXTENDED! | DIGITAL CREATOR HACKATHON
Great news! Due to popular demand, we are extending the application deadline to 7 January 2026!
This is your final chance for creators, designers, developers, educators, and innovators to turn ideas into media solutions using AI to combat online scams.
🚀 Don’t miss out! Let’s build a safer digital Laos together.
📅 Updated Schedule:
New Deadline: 7 January 2026
Hackathon Dates: 15, 16 & 24 January 2026
Venue: American Center Vientiane
🔗 Apply Now: [https://forms.gle/hVJGMwNYJQtFRvwx9]
💡 From Digital Creators to Digital Protectors, let’s build a scam-smart digital Laos together.
01/01/2026
🎉 Happy New Year 2026! | ສະບາຍດີປີໃໝ່ 2026! 🎆
From Xiang Miang Lab, we sincerely thank our youth, educators, parents, and partners for believing in the power of learning and innovation.
✨ Wishing everyone a year of health, growth, and new discoveries, let’s create, build, and shine together for the future of Laos! 🇱🇦🚀
🎉 ສະບາຍດີປີໃໝ່ 2026! 🎆
ຈາກ ຊຽງໝ້ຽງ ແລັບ (Xiang Miang Lab), ຂໍຂອບໃຈນ້ອງໆໄວໜຸ່ມ, ຜູ້ໃຫ້ການສຶກສາ, ພໍ່ແມ່ຜູ້ປົກຄອງ ແລະ ຄູ່ຮ່ວມງານທຸກທ່ານ ທີ່ເຊື່ອໝັ້ນໃນພະລັງແຫ່ງການຮຽນຮູ້ ແລະ ນະວັດຕະກຳໃໝ່ໆ.
✨ ຂໍອວຍພອນໃຫ້ທຸກທ່ານຈົ່ງມີສຸຂະພາບເຂັ້ມແຂງ, ພັດທະນາທັກສະໃໝ່ໆ ແລະ ກ້າວໄປສູ່ຄວາມສຳເລັດຮ່ວມກັນ ເພື່ອສ້າງອະນາຄົດທີ່ສົດໃສໃຫ້ກັບປະເທດລາວເຮົາ! 🌟
🎉 Happy New Year 2026! | ສະບາຍດີປີໃໝ່ 2026! 🎆
From all of us at XM Technovator (XMT), thank you to our partners, clients, youth, educators, parents, and community for your trust and support throughout our journey.
In 2026, we move forward with purpose together, turning innovation into impact, building skills, creating opportunity, and driving positive change for Laos. 🇱🇦✨
Wishing you and your loved ones a year filled with good health, happiness, success, and new breakthroughs. May your goals become reality and your work continue to grow stronger every step of the way.
ໃນນາມຄະນະບໍລິຫານ ແລະ ທີມງານ XM Technovator (XMT), ພວກເຮົາຂໍຂອບໃຈມາຍັງບັນດາຄູ່ຮ່ວມງານ, ລູກຄ້າ, ຊາວໜຸ່ມ, ຜູ້ໃຫ້ການສຶກສາ, ພໍ່ແມ່ຜູ້ປົກຄອງ ແລະ ຊຸມຊົນທຸກພາກສ່ວນ ທີ່ໃຫ້ຄວາມໄວ້ວາງໃຈ ແລະ ສະໜັບສະໜູນພວກເຮົາຕະຫຼອດມາ.
ໃນປີ 2026 ນີ້, ພວກເຮົາພ້ອມແລ້ວທີ່ຈະກ້າວໄປຂ້າງໜ້າດ້ວຍຄວາມມຸ່ງໝັ້ນ, ໃນການປ່ຽນນະວັດຕະກຳໃຫ້ເປັນຜົນສຳເລັດທີ່ຈັບຕ້ອງໄດ້, ສ້າງທັກສະ, ເປີດໂອກາດໃໝ່ໆ ແລະ ຮ່ວມເປັນສ່ວນໜຶ່ງໃນການສ້າງການປ່ຽນແປງທີ່ດີໃຫ້ແກ່ສັງຄົມລາວ. 🇱🇦✨
ຂໍອວຍພອນໃຫ້ທ່ານ ແລະ ຄອບຄົວ ຈົ່ງມີແຕ່ຄວາມສຸກ, ມີສຸຂະພາບທີ່ແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ກ້າວໄປສູ່ຜົນສຳເລັດໃໝ່ໆທີ່ຍິ່ງໃຫຍ່ກວ່າເກົ່າ. ຂໍໃຫ້ທຸກເປົ້າໝາຍຂອງທ່ານກາຍເປັນຄວາມຈິງ ແລະ ຂໍໃຫ້ທຸລະກິດ, ວຽກງານຂອງທ່ານຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.
31/12/2025
26/12/2025
🎉 𝐎𝐟𝐟𝐢𝐜𝐢𝐚𝐥 𝐀𝐧𝐧𝐨𝐮𝐧𝐜𝐞𝐦𝐞𝐧𝐭: 𝐒𝐢𝐧𝐱𝐚𝐲: 𝐔𝐏𝐒𝐇𝐈𝐅𝐓 𝟐𝟎𝟐𝟓-𝟐𝟎𝟐𝟔 𝐕𝐢𝐞𝐧𝐭𝐢𝐚𝐧𝐞 𝐂𝐚𝐩𝐢𝐭𝐚𝐥 𝐖𝐢𝐧𝐧𝐢𝐧𝐠 𝐓𝐞𝐚𝐦𝐬 🎉
(English Below)
ສິນໄຊ: UPSHIFT 2025–2026 ສະບາຍດີ🌿✨
ມື້ນີ້, ພວກເຮົາ XMT ມີຄວາມພາກພູມໃຈ ແລະ ຕື່ນເຕັ້ນເປັນຢ່າງຍິ່ງ ທີ່ຈະປະກາດລາຍຊື່ ທີມຊະນະເລີດ ຈາກໂຄງການ ສິນໄຊ: UPSHIFT 2025-2026 ປະຈຳ ນະຄອນຫລວງວຽງຈັນ ຢ່າງເປັນທາງການ!
🏆 ບັນດາ 3 ທີມທີ່ໄດ້ຮັບການຄັດເລືອກ
🎉ນະຄອນຫຼວງວຽງຈັນ:
-💊ທີມ: MedYa, ໂຄງການ: MedEco
-💧ທີມ: Drop by Drop, ໂຄງການ: Smart Oil-Water Separation
-🦋ທີມ: THE CLAP, ໂຄງການ: ເຈົ້າປີກ Butterfly Guardians
ຜ່ານການເດີນທາງທີ່ເຕັມໄປດ້ວຍແຮງບັນດານໃຈ ແລະ ການແຂ່ງຂັນແສນເຂັ້ມຂຸ້ນ, ພວກເຮົາໄດ້ຄັດເລືອກເອົາທັງຫມົດ 3 ທີມທີ່ມີຜົນງານດີເດັ່ນທີ່ສຸດ ຈາກ ນະຄອນຫລວງວຽງຈັນ ໂດຍອີງໃສ່ຄວາມຄິດສ້າງສັນທີ່ເປັນນະວະຕະກຳ, ແນວໂນ້ມຜົນກະທົບທາງບວກທີແທ້ຈິງຕໍ່ສັງຄົມ ແລະ ຄວາມເປັນໄປໄດ້ຂອງໂຄງການ.
ຕະຫຼອດໄລຍະການເຂົ້າຮ່ວມແຄ້ມ (Bootcamp) ແລະ ການນຳສະເໜີ (Pitching), ນ້ອງໆທຸກທີມໄດ້ສະແດງໃຫ້ເຫັນເຖິງພະລັງແຫ່ງຄວາມສ້າງສັນ, ຄວາມມຸ່ງໝັ້ນທີ່ແຮງກ້າ ແລະ ທ່າແຮງໃນການຈັດຕັ້ງປະຕິບັດທີ່ຊັດເຈນ ເຊິ່ງເປັນສິ່ງຢືນຢັນວ່າ ພວກເຂົາພ້ອມແລ້ວທີ່ຈະປ່ຽນ "ແນວຄວາມຄິດ" ໃຫ້ກາຍເປັນ "ການລົງມືເຮັດ" ທີ່ສ້າງຄຸນຄ່າໃຫ້ແກ່ສັງຄົມຢ່າງແທ້ຈິງ. ນອກຈາກນີ້, ທຸກທີມຍັງມີສ່ວນຮ່ວມຢ່າງຫ້າວຫັນ ແລະ ສາມາດນຳສະເໜີວິໄສທັດຜ່ານວິດີໂອໄດ້ຢ່າງດີເລີດ ແລະ ໜ້າປະທັບໃຈ.
ຂໍສະແດງຄວາມຍິນດີນຳທຸກໆທີມທີ່ໄດ້ຮັບທຶນສະໜັບສະໜູນການຈັດຕັ້ງປະຕິບັດໂຄງການ🥳 ແລະ ຂໍສົ່ງກຳລັງໃຈໃຫ້ທຸກທີມປະສົບຜົນສຳເລັດໃນທຸກບາດກ້າວຕໍ່ຈາກນີ້. ສຳລັບ 3 ທີມຊະນະເລີດ, ນີ້ຄືຈຸດເລີ່ມຕົ້ນຂອງບົດບາດໃໝ່ທີ່ໜ້າຕື່ນເຕັ້ນ.
ໃນນາມ XMT, ພວກເຮົາຂໍສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍມາຍັງຜູ້ເຂົ້າຮ່ວມທຸກທີມຈາກ ນະຄອນຫລວງວຽງຈັນ. ຄວາມອົດທົນ, ຄວາມພະຍາຍາມ ແລະ ຄວາມມຸ່ງໝັ້ນຂອງພວກນ້ອງ ຕັ້ງແຕ່ມື້ທຳອິດຈົນເຖິງມື້ນີ້ ແມ່ນມີຄຸນຄ່າຢ່າງມະຫາສານ.
ພວກເຮົາມີຄວາມພາກພູມໃຈໃນໄວໜຸ່ມລາວທຸກຄົນ ທີ່ມີຄວາມຕັ້ງໃຈຈະຂັບເຄື່ອນສັງຄົມໄປໃນທາງທີ່ດີຂຶ້ນ. ພວກເຮົາເຊື່ອໝັ້ນໃນສັກກະຍະພາບຂອງພວກເຂົາ ແລະ ຂໍໃຫ້ຈົ່ງມີຄວາມໝັ້ນໃຈ, ມຸ່ງຫມັ້ນ ເພື່ອສືບຕໍ່ເສັ້ນທາງການເປັນ "ຜູ້ສ້າງການປ່ຽນແປງ" (Changemakers) ຢ່າງສະຫງ່າງາມ.
ຂອບໃຈທຸກໆທ່ານທີ່ຮ່ວມເດີນທາງໄປກັບພວກເຮົາ, ໂດຍສະເພາະ ແມ່ນບັນດາຄູ່ຮ່ວມມື: ສູນກາງຊາວຫນຸ່ມ ປະຊາຊົນ ປະຕິວັດລາວ, UNICEF Laos ແລະ ແຂກຮັບເຂີນທີມີກຽດທຸກທ່ານ. ຄວາມທຸ່ມເທຂອງພວກທ່ານບໍ່ພຽງແຕ່ສ້າງຜົນກະທົບເທົ່ານັ້ນ, ແຕ່ຍັງເປັນແຮງບັນດານໃຈ ແລະ ເຮັດໃຫ້ ໂຄງການ ສິນໄຊ: UPSHIFT ປະສົບຜົນສຳເລັດຂັ້ນສູງສຸດ.
—————————
The wait is over! XMT is proud to unveil the winning teams from the Sinxay: UPSHIFT 2025-2026 program in Vientiane Capital.
After a journey fueled by innovation and passion, these three teams have emerged as the leaders of tomorrow:
💊 MedYa – Project: MedEco
💧 Drop by Drop – Project: Smart Oil-Water Separation
🦋 THE CLAP – Project: Butterfly Guardians (ເຈົ້າປີກ)
From the intense Bootcamp to the final Pitch, these young visionaries proved that they aren't just dreaming of a better future they are building it. Their ability to turn "ideas" into "impact" is truly inspiring. We were especially moved by their high-level participation and the professional storytelling displayed in their project videos.
A huge congratulations to the teams receiving project funding! 🥳 Your journey to change the world starts here.
Your effort has been inspiring. We are so proud of every youth participant who is stepping up to move our society forward. Keep pushing boundaries and believing in your power to transform the world.
Thank you to everyone who has journeyed with us, especially our partners: the Lao Youth Union (LYU), UNICEF Laos, and all our distinguished guests. Your dedication has not only created a significant impact but has also served as a true inspiration, leading the Sinxay: UPSHIFT project to its highest level of success.
📞Contact information:
Tel: 020 52255443
Email: [email protected]
Website: www.xmtechnovator.org
26/12/2025
🎉 𝐎𝐟𝐟𝐢𝐜𝐢𝐚𝐥 𝐀𝐧𝐧𝐨𝐮𝐧𝐜𝐞𝐦𝐞𝐧𝐭: 𝐒𝐢𝐧𝐱𝐚𝐲: 𝐔𝐏𝐒𝐇𝐈𝐅𝐓 𝟐𝟎𝟐𝟓-𝟐𝟎𝟐𝟔 𝐒𝐚𝐯𝐚𝐧𝐧𝐚𝐤𝐡𝐞𝐭 𝐖𝐢𝐧𝐧𝐢𝐧𝐠 𝐓𝐞𝐚𝐦𝐬 🎉
(English Below)
ສິນໄຊ: UPSHIFT 2025–2026 ສະບາຍດີ🌿✨
ມື້ນີ້, ພວກເຮົາ XMT ມີຄວາມພາກພູມໃຈ ແລະ ຕື່ນເຕັ້ນເປັນຢ່າງຍິ່ງ ທີ່ຈະປະກາດລາຍຊື່ ທີມຊະນະເລີດ ຈາກໂຄງການ ສິນໄຊ: UPSHIFT 2025-2026 ປະຈຳ ແຂວງ ສະຫວັນນະເຂດ ຢ່າງເປັນທາງການ!
🏆 ບັນດາ 3 ທີມທີ່ໄດ້ຮັບການຄັດເລືອກ
🎉ແຂວງ ສະຫວັນນະເຂດ:
-🌱ທີມ: Rise&Reform, ໂຄງການ: NatureRise
-🔥ທີມ: A.U.R.A, ໂຄງການ: CleanBurn
-🐊ທີມ: Green guardians, ໂຄງການ: Know more crocodile Know more ecosystem
ຜ່ານການເດີນທາງທີ່ເຕັມໄປດ້ວຍແຮງບັນດານໃຈ ແລະ ການແຂ່ງຂັນແສນເຂັ້ມຂຸ້ນ, ພວກເຮົາໄດ້ຄັດເລືອກເອົາທັງຫມົດ 3 ທີມ ຈາກ ສະຫວັນນະເຂດ ທີ່ມີຜົນງານດີເດັ່ນທີ່ສຸດ ໂດຍອີງໃສ່ຄວາມຄິດສ້າງສັນທີ່ເປັນນະວະຕະກຳ, ແນວໂນ້ມຜົນກະທົບທາງບວກທີແທ້ຈິງຕໍ່ສັງຄົມ ແລະ ຄວາມເປັນໄປໄດ້ຂອງໂຄງການ.
ຕະຫຼອດໄລຍະການເຂົ້າຮ່ວມແຄ້ມ (Bootcamp) ແລະ ການນຳສະເໜີ (Pitching), ນ້ອງໆທຸກທີມໄດ້ສະແດງໃຫ້ເຫັນເຖິງພະລັງແຫ່ງຄວາມສ້າງສັນ, ຄວາມມຸ່ງໝັ້ນທີ່ແຮງກ້າ ແລະ ທ່າແຮງໃນການຈັດຕັ້ງປະຕິບັດທີ່ຊັດເຈນ ເຊິ່ງເປັນສິ່ງຢືນຢັນວ່າ ພວກເຂົາພ້ອມແລ້ວທີ່ຈະປ່ຽນ "ແນວຄວາມຄິດ" ໃຫ້ກາຍເປັນ "ການລົງມືເຮັດ" ທີ່ສ້າງຄຸນຄ່າໃຫ້ແກ່ສັງຄົມຢ່າງແທ້ຈິງ. ນອກຈາກນີ້, ທຸກທີມຍັງມີສ່ວນຮ່ວມຢ່າງຫ້າວຫັນ ແລະ ສາມາດນຳສະເໜີວິໄສທັດຜ່ານວິດີໂອໄດ້ຢ່າງດີເລີດ ແລະ ໜ້າປະທັບໃຈ.
ຂໍສະແດງຄວາມຍິນດີນຳທຸກໆທີມທີ່ໄດ້ຮັບທຶນສະໜັບສະໜູນການຈັດຕັ້ງປະຕິບັດໂຄງການ🥳 ແລະ ຂໍສົ່ງກຳລັງໃຈໃຫ້ທຸກທີມປະສົບຜົນສຳເລັດໃນທຸກບາດກ້າວຕໍ່ຈາກນີ້. ສຳລັບ 3 ທີມຊະນະເລີດ, ນີ້ຄືຈຸດເລີ່ມຕົ້ນຂອງບົດບາດໃໝ່ທີ່ໜ້າຕື່ນເຕັ້ນ.
ໃນນາມ XMT, ພວກເຮົາຂໍສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍມາຍັງຜູ້ເຂົ້າຮ່ວມທຸກທີມຈາກ ແຂວງ ສະຫວັນນະເຂດ. ຄວາມອົດທົນ, ຄວາມພະຍາຍາມ ແລະ ຄວາມມຸ່ງໝັ້ນຂອງພວກນ້ອງ ຕັ້ງແຕ່ມື້ທຳອິດຈົນເຖິງມື້ນີ້ ແມ່ນມີຄຸນຄ່າຢ່າງມະຫາສານ.
ພວກເຮົາມີຄວາມພາກພູມໃຈໃນໄວໜຸ່ມລາວທຸກຄົນ ທີ່ມີຄວາມຕັ້ງໃຈຈະຂັບເຄື່ອນສັງຄົມໄປໃນທາງທີ່ດີຂຶ້ນ. ພວກເຮົາເຊື່ອໝັ້ນໃນສັກກະຍະພາບຂອງພວກເຂົາ ແລະ ຂໍໃຫ້ຈົ່ງມີຄວາມໝັ້ນໃຈ, ມຸ່ງຫມັ້ນ ເພື່ອສືບຕໍ່ເສັ້ນທາງການເປັນ "ຜູ້ສ້າງການປ່ຽນແປງ" (Changemakers) ຢ່າງສະຫງ່າງາມ.
ຂອບໃຈທຸກໆທ່ານທີ່ຮ່ວມເດີນທາງໄປກັບພວກເຮົາ, ໂດຍສະເພາະ ແມ່ນບັນດາຄູ່ຮ່ວມມື: ສູນກາງຊາວຫນຸ່ມ ປະຊາຊົນ ປະຕິວັດລາວ, UNICEF Laos ແລະ ແຂກຮັບເຂີນທີມີກຽດທຸກທ່ານ. ຄວາມທຸ່ມເທຂອງພວກທ່ານບໍ່ພຽງແຕ່ສ້າງຜົນກະທົບເທົ່ານັ້ນ, ແຕ່ຍັງເປັນແຮງບັນດານໃຈ ແລະ ເຮັດໃຫ້ ໂຄງການ ສິນໄຊ: UPSHIFT ປະສົບຜົນສຳເລັດຂັ້ນສູງສຸດ.
—————————
The results are in! XMT is thrilled to celebrate the winning teams from the Sinxay: UPSHIFT 2025-2026 program in Savannakhet.
After an incredible journey of innovation and high-stakes pitching, these three teams have proven they have what it takes to lead the way:
🌱 Rise&Reform – Project: NatureRise
🔥 A.U.R.A – Project: CleanBurn
🐊 Green Guardians – Project: Know More Crocodile, Know More Ecosystem
From the intensity of the Bootcamp to the final Pitch, these young innovators showed us the power of passion and precision. They are ready to turn "ideas" into "impact" and create real value for our communities. Their vibrant energy and impressive storytelling through their project videos truly stole the show!
A massive congratulations to the teams receiving project funding! 🥳 We are behind you every step of the way.
Your hard work has been inspiring. We are so proud of the youth in Savannakhet who are stepping up to drive positive change. Trust in your potential, stay focused, and keep leading the way as the Changemakers our world needs.
Thank you to everyone who has journeyed with us, especially our partners: the Lao Youth Union (LYU), UNICEF Laos, and all our distinguished guests. Your dedication has not only created a significant impact but has also served as a true inspiration, leading the Sinxay: UPSHIFT project to its highest level of success.
📞Contact information:
Tel: 020 52255443
Email: [email protected]
Website: www.xmtechnovator.org
Click here to claim your Sponsored Listing.
Category
Contact the organization
Telephone
Address
Sibounhueang
Vientiane