Marcomic
26/10/2024
EP01: ທຳຄວາມຮູ້ຈັກກັບບິດາແຫ່ງ "ການຕະຫຼາດ"
**Philip Kotler ແມ່ນໃຜ?**
ພໍ່ຕູ້ Philip Kotler ໄດ້ຮັບການຂະໜານນາມວ່າເປັນ "ບິກາແຫ່ງການຕະຫຼາດຍຸກໃໝ່". ເຊິ່ງເປັນບຸກຄົນທີ່ມີອິດທິພົນທີ່ສຸດທັງໃນດ້ານທິດສະດີ ແລະ ພາກປະຕິບັດໃນຂະແໜງການຕະຫຼາດ, ດ້ວຍແນວຄິດປະສົມປະສານລະຫວ່າງ #ການຕະຫາດແບບດັ່ງເດີ່ມ ແລະ #ກົນລະຍຸດທີ່ກ້າວໜ້າ ເພື່ອຕອບສະໜອງຄວາມຕ້ອງການທີ່ປ່ຽນແປງຂອງຜູ້ບໍລິໂພກແລະສັງຄົມ.
**ປະຫວັດການສຶກສາ**
ພໍ່ຕູ້ Kotler ຈົບການສຶກສາ ປ.ໂທ ດ້ານເສດຖະສາດ ຈາກ University of Chicago ແລະ ປ.ເອກ ດ້ານ ເສດຖະສາດ ຈາກ Massachusetts Institute of Technology (MIT). ເຊິ່ງຄວາມຮູ້ດ້ານເສດຖະສາດນີ້ເອງ ທີ່ເຮັດໃຫ້ພໍ່ຕູ້ເຂົ້າໃຈ #ພຶດຕະກຳຜູ້ບໍລິໂພກ, #ຜົນວັດຂອງຕະຫລາດ ແລະ #ກົນລະຍຸດການຕະຫລາດ ຫລາກຫລາຍຮູບແບບ.
**ຜົນງານດ້ານການຕະຫລາດ**
ຜົນງານທີ່ໂດ່ດເດັນໂດຍສະເພາະ ການປັບປ່ຽນວິທີຄິດຂອງນັກການຕະຫລາດກ່ຽວກັບກົນລະຍຸດ ພໍ່ຕູ້ໄດ້ພັດທະນາ #ແນວຄິດ4P ໄດ້ແກ່: , , , ແລະ ເຊິ່ງເປັນຫົວໃຈສຳຄັນຂອງການກຳນົດແຜນການຕະຫລາດໃຫ້ມີປະສິດທິພາບ. ນອກນັ້ນ ພໍ່ຕູ້ຍັງເນັ້ນຍ້ຳເຖິງຄວາມເຂົ້າໃຈ ຄວາມຕ້ອງການຂອງລູກຄ້າເປັນຫລັກ ໂດຍການວ່າງ STP: , ແລະ ເພື່ອໃຫ້ໝັ້ນໃຈວ່າ ທຸລະກິດໄດ້ສົ່ງມອບຄຸນຄ່າສູງສຸດໃຫ້ແກ່ກຸ່ມລູກຄ້າເປົ້າໝາຍ. ເມື່ອສາຂານີ້ພັດທະນາຂຶ້ນແລ້ວ ພໍ່ຕູ້ຍັງໄດ້ສະໜັບສະໜຸນ ການປ່ຽນແປງສູ່ແນວທາງການຕະຫລາດແບບ ອົງກອນໃຫ້ຫລາຍຂື້ນ ໂດຍການສະໜັບສະໜຸນໃຫ້ທຸລະກິດໃສ່ໃຈຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ນອກເໜືອຈາກໂຕເລກກຳໄລພຽງດຽວ.
**ຜົນງານໜັງສືທີ່ມີຊື່ສຽງ**
ຜົນງານການຂຽນໜັງສືທີ່ສ້າງສັນຂອງພໍ່ຕູ້ ໄດ້ຖືກຍອມຮັບໃຫ້ຕຳລາຮຽນມາດຕະຖານສາຍການຕະຫລາດໃນທົ່ວໂລກ, ເຊິ່ງມີດັ່ງນີ້:
1. Marketing Management
2. Principles of Marketing
3. Kotler on Marketing
4. Marketing 3.0 - 4.0 - 5.0 - 6.0
5. Social Marketing: Improving the Quality of Life
ຜົນງານຂອງພໍ່ຕູ້ ຍັງສືບຕໍ່ສ້າງທິດທາງການປ່ຽນແປງຂອງການຕະຫຼາດທັງໃນທິດສະດີ ແລະ ການປະຕິບັດ. ໂດຍໃຫ້ຄໍາແນະນໍາແກ່ນັກການຕະຫຼາດ, ຜູ້ນໍາທຸລະກິດ ແລະ ນັກຮຽນ ເພື່ອໃຫ້ເກີດຄວາມເຂົ້າໃຈ ແລະ ຕອບສະຫນອງຄວາມຕ້ອງການຂອງຕະຫຼາດທີ່ມີການປ່ຽນແປງຢ່າງຕໍ່ເນື່ອງ.
ຄວາມຕັ້ງໃຈຂອງພໍ່ຕູ້ ບໍ່ພຽງແຕ່ຕ້ອງການບັນລຸເປົ້າຫມາຍທາງທຸລະກິດເທົ່ານັ້ນ ແຕ່ກໍ່ເພື່ອພັດທະນາຊີວິດການເປັນຢູ່ຂອງສັງຄົມອີກດ້ວຍ.
🔎 Podcast:
Click here to claim your Sponsored Listing.
Category
Contact the business
Telephone
Website
Address
Sibounheuangthong Village
Vientiane
01010