Grow-Up VC
28/10/2025
🙏🏻 ຂອບໃຈໂອກາດທີ່ດີ ທີ່ທາງສະຫະພັນກິລາບານສົ່ງແຂວງອຸດົມໄຊ ໄດ້ໃຫ້ຄວາມໄວ້ວາງໃຈກັບທາງສະໂມສອນ Grow-Up VC ຂອງພວກເຮົາ ໂດຍຮ່ວມກັນກັບ ສະໂມສອນ Reaction VC ສ້າງ ແລະ ພັດທະນານັກກິລາບານສົ່ງທັງ ທີມຊາຍ ແລະ ທີມຍິງ ເພື່ອກະກຽມ ເຂົ້າຮ່ວມແຂ່ງຂັນກິລາບານສົ່ງ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ (ເປັນເຈົ້າພາບ) ໃນນາມຂອງ ທີມບານສົ່ງໃນຮົ່ມແຂວງອຸດົມໄຊ 🏐👏🏻🏐.
ການແຂ່ງຂັນບານສົ່ງ ຈະເລີ່ມເເຂ່ງຂັນໃນລະຫວ່າງວັນທ່ 11-24 ພະຈິກ 2025 ນີ້ ທີ່ເດີ່ນໃນຮົ່ມສະໂມສອນກອງທັບ (ຫຼັກ 5)🏐
🙏🏻 ຂໍຂອບໃຈ ບັນດາຜູ້ໃຫຍ່ໃຈດີຈາກທຸກພາກສ່ວນທີ່ໃຫ້ການສະໜັບສະໜູນທີມບານສົ່ງ ແຂວງອຸດົມໄຊ ຂອງພວກເຮົາ 🥰
ຕິດຕາມເຊຍ ແລະ ໃຫ້ກຳລັງໃຈ ນັກກິລາຂອງພວກເຮົາໄດ້, ພວກເຮົາຈະສູ້ ເຮັດຜົນງານອອກມາໃຫ້ດີທີ່ສຸດ ສຸດຄວາມສາມາດ✌️
22/06/2025
ສຳເລັດໄປເປັນທີ່ຮຽບຮ້ອຍ ການແຂ່ງຂັນບານສົ່ງມິດຕະພາບ🏐
LGBTQ+ Volleyball Tournament ປະຈຳປີ 2025🏳️🌈
ເພື່ອສະເຫຼີມສະຫຼອງເດືອນແຫ່ງຄວາມຫຼາກຫຼາຍທາງເພດ🏳️🌈
Pride Month ເຊິ່ງແຂ່ງຂັນໃນລະຫວ່າງວັນທີ 21-22 ມິຖຸນາ
ທີ່ເດີ່ນວິທະຍາໄລເຕັກນິກຊັບພະວິຊາ, ຜົນການແຂ່ງຂັນບານສົ່ງ:
ຊະນະເລີດ🏆 ສະໂມສອນສັນນິວາດ ວີຊີ
ຮອງຊະນະເລີດ🥈 ສະໂມສອນ Legendary Strangers VC
ອັນດັບ 3 🥉ທີມ ອັບສະຣາ (อัปสรา)
ອັນດັບ 4 🎖️ສະໂມສອນ Grow-Up VC
ສຳລັບລາງວັນພິເສດມີດັ່ງນີ້:
1. Best Setter: ເບີ 8 ທີມ ອັບສະຣາ (ເພັດອາລຸນ) 🎖️
2. Best Libero: ເບີ 5 ທີມ ທີມ Legendary Strangers VC (ນີ່ນີ່ ນົບຈິຣາ) 🎖️
3. Best Spiker: ເບີ 2 ທີມສັນນິວາດ (ພິທັກ) 🎖️
4. Best Blocker: ເບີ 23 ທີມ Grow-Up VC ນ້ຳພຸ 🎖️
5. MVP: ເບີ 7 ທີມ Legendary Strangers VC ພິລາກອນ 🎖️
6. ນັກກິລາສ້າງສີສັນໃຫ້ແກ່ງານດີເດັ່ນ: ນັກກິລາທີມ The Little Mermaid 🏵️
🙏🏻 ຂໍຂອບໃຈທຸກໆທີມທີ່ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້, ຂໍສະແດງຄວາມຊົມເຊີຍກັບນັກກິລາ ແລະ ທີມທີ່ໄດ້ຮັບລາງວັນແຕ່ລະລາງວັນ 👏🏻🏆🏐🏳️🌈
🙏🏻 ຂໍຂອບໃຈຜູ້ໃຫ້ການສະໜັບສະໜູນຈາກທຸກພາກສ່ວນ
house
ທ່ານ ບຸນຍະແສງ ນະຊຽງຄຳ ປະທານສະໂມສອນGrow-Up VC
Lao Telecom
OLAY fanpage ໂອເລ້ເຂົ້າຊອຍ
@ວົງດົນຕີດາວເໜືອ
ແລະຜູ້ສະໜັບສະໜູນອື່ນໆທີ່ບໍ່ໄດ້ເອີ່ຍນາມ
Click here to claim your Sponsored Listing.
Category
Website
Address
Vientiane