SLITG
02/04/2020
5 ເຫດຜົນທີ່ທຸລະກິດເຮົາຕ້ອງມີ Website
ເປັນຄໍາຖາມທີ່ຊວນໃຫ້ສົງໃສ ສໍາຫຼັບກຸ່ມຜູ້ເລີ່ມຕົ້ນເຮັດທຸລະກິດ ຫຼື ຜູ້ທີ່ເຮັດທຸລະກິດມາເປັນເວລາດົນແລ້ວກໍ່ຕາມ ເຖິງປະໂຫຍດ ແລະ ຂໍ້ດີໃນການມີເວັບໄຊຮ້ານຄ້າອອນໄລນ໌ເປັນຂອງຕົວເອງນັ້ນ ຈະມີຄວາມສໍາຄັນລວມເຖິງມີສ່ວນຊ່ວຍໃນທຸລະກິດຂອງທ່ານຫຼາຍໜ້ອຍສໍ່າໃດ? ລວມເຖິງຕ້ອງມີປັດໃຈຫຍັງແດ່ຈື່ງຈະຕ້ອງມີເວັບໄຊ? ເຮົາມາເບີ່ງກັນເລີຍ!!
1.ເວັບໄຊຊ່ວຍເພີ່ມຄວາມໜ້າເຊື່ອຖື
ສໍາຫຼັບເຈົ້າຂອງທຸລະກິດ SME ທີ່ມີໜ້າຮ້ານເປັນຂອງຕົວເອງ ແຕ່ຍັງບໍ່ມີເວັບໄຊຮ້ານຄ້າອອນໄລນ໌ ຫາກທ່ານຕ້ອງການສ້າງພາບລັກທີ່ດີໃຫ້ແກ່ຜູ້ບໍລິໂພກກຸ່ມເປົ້າໝາຍໃນຍຸກດິຈິຕອນ ການມີເວັບໄຊສໍາຫຼັບຄ້າຂາຍສິນຄ້າບໍລິການນັ້ນ ສາມາດສ້າງຄວາມໜ້າເຊື່ອຖືໃຫ້ກັບແບຣນຂອງທ່ານໄດ້ດີອີກວິທີໜື່ງໃນຍຸກຂອງໂລກອອນໄລນ໌ ເພາະການມີເວັບໄຊນັ້ນ ປຽບເໝືອນການຢືນຢັນສະຖານະຕົວຕົນຂອງທ່ານວ່າມີຢູ່ແທ້.
2.ຕ້ອງການຂະຫຍາຍທຸລະກິດສູ່ອອນໄລນ໌
ເມື່ອທຸລະກິດກໍາລັງເຕີບໂຕ ແລະ ຕ້ອງການຂະຫຍາຍແບຣນສິນຄ້າ ຫຼື ບໍລິການຂອງທ່ານເພື່ອຄວາມກ້າວໜ້າ ຖືວ່າເປັນເລື່ອງທີ່ເຈົ້າຂອງທຸລະກິດທຸກຄົນມີຄວາມຕ້ອງການ ແລະ ມຸ້ງຫວັງ ໃຫ້ເກີດຂື້ນກັບທຸລະກິດຂອງຕົວເອງ ບໍ່ວ່າຈະເປັນເລື່ອງຂອງລາຍໄດ້ທີ່ຫຼາຍຂື້ນລວມເຖິງມີກຸ່ມລູກຄ້າເປົ້າໝາຍທີ່ເພີ່ມຂື້ນຈາກແຕ່ກ່ອນ ຊື່ງການມີເວັບໄຊຮ້ານຄ້າອອນໄລນ໌ຂື້ນມານີ້ ຈະຊ່ວຍໃຫ້ທ່ານເຂົ້າເຖິງເປົ້າໝາຍຕາມທີ່ຕັ້ງໄວ້ໄດ້ໄວຍີ່ງຂື້ນ.
3.ຕ້ອງການເພີ່ມຍອດຂາຍໃຫ້ກັບທຸລະກິດ
ເຖິງວ່າທຸລະກິດຂອງທ່ານກໍາລັງໄປໄດ້ດີໃນໂລກອອນໄລນ໌ ມີລາຍໄດ້ ແລະ ກໍາໄລໃນທຸກໆເດືອນຢູ່ເປັນປະຈໍາກໍ່ຕາມ ແຕ່ຖ້າທ່ານສາມາດມີຊ່ອງທາງທີ່ເພີ່ມລາຍໄດ້ຂື້ນອີກໜື່ງຊ່ອງທາງໃນໂລກອອນໄລນ໌ ຈົນບໍ່ອາດເຮັດໃຫ້ທ່ານປະຕິເສດໄດ້ຢ່າງແນ່ນອນ ເຊີ່ງໃນສ່ວນນີ້ເອງການມີເວັບໄຊຮ້ານຄ້າອອນໄລນ໌ຖືວ່າເປັນທາງເລືອກທີ່ດີສໍາຫຼັບການເພີ່ມເງິນໃນກະເປົາຂອງທ່ານ.
4.ປະຢັດງົບປະມານແລະຄ່າໃຊ້ຈ່າຍ
ການເຮັດທຸລະກິດນອກຈາກຈະມີລາຍຮັບແລ້ວ ກໍ່ຕ້ອງມີລາຍຈ່າຍເຊັ່ນດຽວກັນ ບໍ່ວ່າຈະເປັນຄ່າເຊົ່າສະຖານທີ່ ຄ່ານໍ້າ ຄ່າໄຟ ລວມເຖີ່ງຄ່າຈ້າງພະນັກງານໃນຮ້ານ ແລະ ຍັງມີຄ່າໃຊ້ຈ່າຍອື່ນໆ ເຮັດໃຫ້ທ່ານຕ້ອງສູນເສຍງົບປະມານໃນສ່ວນນີ້ໄປ ແລະ ເກີດການຂາດທຶນ ແຕ່ສໍາຫຼັບເຈົ້າຂອງທຸລະກິດທ່ານໃດ ທີ່ຕ້ອງການຫຼຸດຄ່າໃຊ້ຈ່າຍໃນສ່ວນນີ້ລົງໄປ ການມີເວັບໄຊຮ້ານຄ້າອອນໄລນ໌ ຈະຊ່ວຍໃຫ້ທ່ານປະຢັດໄດ້ຫຼາຍຂື້ນ ໂດຍອານາຄົດເອງທ່ານອາດຈະບໍ່ຈໍາເປັນຕ້ອງມີໜ້າຮ້ານອີກຕໍ່ໄປ.
5.ລູກຄ້າເຂົ້າເຖິງຜະລິດຕະພັນໄດ້ຕະຫຼອດເວລາ
ອີກຂໍ້ດີສໍາຫຼັບການມີເວັບໄຊຮ້ານຄ້າອອນໄລນ໌ກໍ່ຄື ທ່ານສາມາດແຈ້ງຂ່າວສານ ສິນຄ້າບໍລິການ ຫຼື ໂປຼໂມຊັ່ນ ແລະ ກິດຈະກໍາຕ່າງໆ ໃຫ້ກັບກຸ່ມລູກຄ້າຂອງທ່ານໄດ້ຢ່າງວ່ອງໄວທັນໃຈ ໂດຍທີ່ບໍ່ຕ້ອງເສຍພື້ນທີ່ຄ່າໂຄສະນາເລີຍ ອີກທັງຜູ້ບໍລິໂພກເອງກໍ່ສາມາດເລືອກຊື້ສິນຄ້າ ລວມເຖິງສາມາດຕິດຕໍ່ກັບທ່ານໄດ້ໂດຍກົງ ຜ່ານຫຼາກຫຼາຍຊ່ອງທາງ ບໍ່ວ່າຈະເປັນ PC Laptop ຫຼື Smartphone.
ໂດຍ: SLIT-Group (ບໍລິການອອກແບບ ແລະ ພັດທະນາເວັບໄຊ), ໂທ: 020 56564005.
Click here to claim your Sponsored Listing.
Category
Contact the business
Telephone
Website
Address
Vientiane