YouLike

YouLike

Share

Photos from YouLike's post 27/05/2025

ເກີດເຫດໄຟໄໝ້ເຮືອນຢູ່ບ້ານ ດາກສະມໍ ເມືອງດາກຈຶງ ແຂວງເຊກອງ​ ໃນວັນທີ 19 ພຶດສະພາ 2025 ທີ່ຜ່ານມາ​ ໃນນັ້ນມີຕູ້ເຊບ 1ໜ່ວຍທີ່ໄດ້ເກັບເງິນໄວ້ຢູ່ໃນຕູ້ເຊບຈຳນວນ 700 ກວ່າລ້ານກີບ ແມ່ນເສຍຫາຍໝົດ.

ຂໍສະແດງຄວາມເສຍໃຈນຳຫຼາຍໆ.

23/05/2025

ເຈົ້າໜ້າທີ່ ປກສ ກຸ່ມຫ້ວຍຈຽມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ລາຍງານເຫດຄາຕະກຳຢູ່ ບ້ານສົມສະໄໝ ເມືອງໄຊທານີ ນະຄອນຫຼວງວຽງຈັນ ວ່າ: ໃນເວລາປະມານ 14-15 ໂມງ ຂອງວັນທີ 21 ພຶດສະພາ 2025 ໄດ້ມີເຫດການຄາຕະກໍາຢູ່ບ້ານສົມສະໄໝ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜູ້ກໍ່ເຫດຊື່ ທ້າວ ເຢັ້ງລໍ່ ອາຍຸ 48 ປີ ອາຊີບ​ ບໍ່ຮູ້​ບ່ອນຢູ່ກໍບໍ່ທັນຮູ້ແນ່ນອນ ແຕ່ບັດປະຈຳຕົວອອກຢູ່ບ້ານຜາສັງ ເມືອງເຟືອງ ແຂວງວຽງຈັນ ໄດ້ໃຊ້ປືນສັ້ນບໍ່ຮູ້ຊະນິດ ຍິງເມຍ ຜູ້ກ່ຽວຈຳນວນ 1 ລູກ ເຂົ້າທາງຫຼັງຊອດທາງເອິກເບື້ອງຊ້າຍ ເຮັດໃຫ້ ນາງ ອືທ່າວ ອາຍຸ 29 ປີ ປະຊາຊົນ​ ບ້ານສົມສະໄໝ ຜູ້ເປັນເມຍເສຍຊີວິດຄາທີ່​ ຢູ່ໜ້າຮ້ານຂາຍເຄື່ອງຍ່ອຍ (ເຂດສີ່ແຍກໃກ້ກັບໂຮງຮຽນປະຖົມ),​ ພາຍຫຼັງທີ່ກໍ່ເຫດແລ້ວ ທ້າວ ເຢັ້ງລໍ່ ກໍໄດ້ຂັບລົດຈັກ ຄລິກໄອສີດຳ ມຸ່ງໜ້າໄປທາງຂົວບ້ານສົມສະໄໝ (ເຊິ່ງປັດຈຸບັນຍັງຈັບຕົວບໍ່ທັນໄດ້ເທື່ອ).

ຍາດພີ່ນ້ອງຂອງຜູ້ເສຍຊີວິດ ໃຫ້ຂໍ້ມູນກັບເຈົ້າໜ້າທີ່ວ່າ: ຜູ້ເສຍຊີວິດ ກັບຜູ້ກໍ່ເຫດ​ ເປັນຜົວເມຍກັນ ແລະ ໄດ້ຜິດຖຽງກັນມາກ່ອນແລ້ວ, ຄັ້ງນີ້ຜູ້ເປັນຜົວໄດ້ນຳມາຫາເມຍຢູ່ບ້ານສົມສະໄໝ ເພື່ອຮ້ອງຂໍໃຫ້ເມຍກັບຄືນເມືອນຳຜົວ ແຕ່ເມຍບໍ່ຍອມໄປນຳ ຈຶ່ງເຮັດໃຫ້ຄຽດແຄ້ນ​ ເລີຍກໍ່ເຫດຄາຕະກຳເມຍ.

ຜ່ານມາຜູ້ກໍ່ເຫດ ເຄີຍຖືກກັກໂຕ ໃນຂໍ້ຫາທຳຮ້າຍຮ່າງກາຍມາແລ້ວ.

ປັດຈຸບັນ, ເຈົ້າໜ້າທີ່ ກຳລັງນຳຊອກຈັບໂຕຜູ້ກໍ່ເຫດມາສືບສວນ-ສອບສວນ ເພື່ອລົງໂທດຕາມກົດໝາຍ.

ຫຼ້າສຸດ, ຍາດພີ່ນ້ອງຂອງຜູ້ເສຍຊີວິດ ໄດ້ໂພສເຟສບຸກ ຈະໃຫ້ລາງວັນນຳຈັບຜູ້ກໍ່ເຫດ ເປັນຈຳນວນເງິນ 50 ລ້ານກີບ, ໃຜພົບເຫັນຜູ້ຖືກສົງໃສ ຮີບຮ້ອນແຈ້ງຂໍ້ມູນຕໍ່ເຈົ້າໜ້າທີ່ໂດຍດ່ວນ,​ ຫລື​ ໂທຫາຍາດຂອງຜູ້ເສຍຊີວິດ 020 98997754.


ທີ່ມາ: ໜັງສືພິມຄວາມສະຫງົບ,​ໜ່ວຍງານຂ່າວອາຊະຍາກຳ

18/05/2025

Celebrating my 5th year on Facebook. Thank you for your continuing support. I could never have made it without you. 🙏🤗🎉

06/05/2025

ວັນທີ 5 ພຶດສະພາ 2025 ເກີດເຫດ ບັ້ງໄຟແຕກ ມີຜູ້ເສຍຊີວິດ 1 ຄົນ ຢູ່ບ້ານເປີບ ເມືອງແປກ ແຂວງຊຽງຂວາງ.

ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດໃນເຫດການທີ່ເກີດຂຶ້ນຄັ້ງນີ້ດ້ວຍ.

Want your business to be the top-listed Media Company in Vieng-Chan?
Click here to claim your Sponsored Listing.

Category

Website

Address


Vientiane Capital
Vieng-Chan