TARGET Magazine
ອັບເດດພາລະກິດຄົ້ນຫາ 7 ຊີວິດ! ທີມກູ້ໄພລາວ-ໄທ ສົມທົບຜູ້ຊ່ຽວຊານດ້ານການດຳນ້ຳ ໄທ ແລະຟິນແລນເລັ່ງຄົ້ນຫາ
24/05/2026
ສປປ ລາວ ຄອງອັນດັບ 2 ອາຊຽນ ມີພື້ນທີ່ປ່າໄມ້ຫຼາຍທີ່ສຸດ
ລາຍງານຫຼ້າສຸດຈາກ Seasia Stats ໄດ້ເປີດເຜີຍສະຖິຕິສັດສ່ວນເນື້ອທີ່ປ່າໄມ້ຕໍ່ເນື້ອທີ່ດິນທັງໝົດໃນພາກພື້ນອາຊຽນ ພົບວ່າ ສປປ ລາວ ຍັງຄົງຮັກສາຄວາມອຸດົມສົມບູນຂອງທຳມະຊາດໄວ້ໄດ້ ໂດຍມີເນື້ອທີ່ປ່າໄມ້ກວມເອົາເຖິງ 62.0% ຂອງເນື້ອທີ່ທົ່ວປະເທດ.
ອັນດັບສັດສ່ວນເນື້ອທີ່ປ່າໄມ້ໃນອາຊຽນ:
ບຣູໄນ: ຄອງອັນດັບໜຶ່ງ ມີເນື້ອທີ່ປ່າໄມ້ສູງເຖິງ 72.1%. ຂອງເນື້ອທີ່ທົ່ວປະເທດ
ສປປ ລາວ: 62.0%
ມາເລເຊຍ: 55.3%
ອິນໂດເນເຊຍ: 50.8%
ກຳປູເຈຍ: 48.2%
ມຽນມາ: 42.2%
ຫວຽດນາມ: 42.0%
ໄທ: 31.6%
ຟິລິບປິນ: 24.1%
ສິງກະໂປ: 20.8%
ທຸກທ່ານຄິດເຫັນແນວໃດກັບການຈັດອັນດັບຄັ້ງນີ້?
ທີ່ມາ: seasia.stats
#ວັນປູກຕົ້ນໄມ້ແຫ່ງຊາດ #ປ່າໄມ້ລາວ #ອາຊຽນ