SME Review
31/03/2026
ອັດຕາເງິນເຟີ້ໃນເດືອນມີນາ 2026 ໄດ້ດີດຕົວຂຶ້ນເກືອບຕົວເລກ ຢູ່ທີ່ 9.7% ເຊີ່ງເປັນອັດຕາສູງສຸດໃນຮອບເກືອບໜື່ງປີ (ນັບຈາກເດືອນເມສາ ຢູ່ທີ 11,1%)
3 ໝວດສິນຄ້າທີ່ລາຄາເພີ່ມຂຶ້ນສູງສຸດ (ປີຕໍ່ປີ):
1. ໝວດສິນຄ້າ ແລະ ບໍລິການອື່ນໆ: ເພີ່ມຂຶ້ນສູງເຖິງ 39.8% (ຕົ້ນຕໍແມ່ນມາຈາກລາຄາຄໍາຮູບປະພັນທີ່ເພີ່ມຂຶ້ນເຖິງ 77.7%).
2. ໝວດຄົມມະນາຄົມ ແລະ ຂົນສົ່ງ: ເພີ່ມຂຶ້ນ 18.1%.
3. ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ: ເພີ່ມຂຶ້ນ 17.2%.
ປັດໄຈສຳຄັນທີ່ເຮັດໃຫ້ເງິນເຟີ້ເດືອນນີ້ເພີ່ມສູງ ແມ່ນມາຈາກ ລາຄານໍ້າມັນ ເປັນຫຼັກ.
• ຜົນກະທົບຈາກຕ່າງປະເທດ: ສະພາບຄວາມບໍ່ສະຫງົບຢູ່ຕາເວັນອອກກາງ ສົ່ງຜົນໃຫ້ລາຄານໍ້າມັນດິບໃນຕະຫຼາດໂລກປັບຕົວສູງຂຶ້ນ.
• ລາຄານໍ້າມັນພາຍໃນ: ພຽງແຕ່ໄລຍະວັນທີ 1-24 ມີນາ, ມີການປັບລາຄານໍ້າມັນເຊື້ອໄຟເຖິງ 8 ຄັ້ງ. ໃນນັ້ນ ນໍ້າມັນກະຊວນເພີ່ມຂຶ້ນເຖິງ 110.6% ແລະ ແອັດຊັງທຳມະດາເພີ່ມຂຶ້ນ 80.2% ເມື່ອທຽບກັບທ້າຍເດືອນກຸມພາ.
ຜົນກະທົບຕໍ່ຄ່າຄອງຊີບ:
ເມື່ອນໍ້າມັນແພງ, ຄ່າຂົນສົ່ງກໍແພງຕາມ! ເຮັດໃຫ້ລາຄາປີ້ຍົນ ແລະ ປີ້ລົດເມຕຽງນອນ ກໍມີການປັບລາຄາຂຶ້ນ. ນອກຈາກນີ້ ລາຄາສິນຄ້າຫຼາຍລາຍການກໍ່ມີການປັບລາຄາເພີ່ມຂື້ນຕາມ.
ແຕ່ເຖິງວ່າລາຄາສິນຄ້າຈະເພີ່ມຂຶ້ນ, ແຕ່ສະເຖຍລະພາບຂອງ ຄ່າເງິນກີບ ໃນປະຈຸບັນຍັງຖືວ່າປ່ຽນແປງພຽງເລັກນ້ອຍ ເມື່ອທຽບກັບເງິນໂດລາ ແລະ ເງິນບາດ ເຊິ່ງຊ່ວຍຫຼຸດຜ່ອນແຮງກົດດັນຈາກສິນຄ້ານຳເຂົ້າໄດ້ບາງສ່ວນ
ພ້ອມນັ້ນ, ການກຳນົດອັດຕາເງິນເຟີ້ໃນປີນີ້ບໍ່ໃຫ້ເກີນໜື່ງຕົວເລກ (ຕໍ່າກວ່າ 10%) ແມ່ນມີຄວາມທ້າທາຍພໍສົມຄວາມຄວນ ເພາະສະຖານະການເສດຖະກິດຍັງບໍ່ມີຄວາມແນ່ນອນສູງ ໂດຍສະເພາະລາຄານໍ້າມັນເຊິ່ງເປັນຕົ້ນທຶນຫຼັກໃນການຂັບເຄື່ອນເສດຖະກິດ
Click here to claim your Sponsored Listing.
Category
Telephone
Address
Vientiane