World Food Programme
In Laos, the World Food Programme concentrates on four priorities: ensuring that people have enough food throughout the year, ending poor diets, coping with the changing climate, and helping Lao authorities to address all these challenges.
[English text below] ອົງການອາຫານໂລກ (WFP) ກໍາລັງໃຫ້ການສະໜັບສະໜູນ ແມ່ຍິງຊາວກະສິກອນ ໃນສອງເມືອງ ຂອງແຂວງຫົວພັນ. ໂດຍຜ່ານການປະສົມປະສານລະຫວ່າງ ການຝຶກອົບຮົມດ້ານກະສິກຳທີ່ສາມາດປັບຕົວເຂົ້າກັບສະພາບອາກາດ, ການໃຫ້ຄວາມຮູ້ດ້ານໂພຊະນາການ, ດ້ານການເງິນ, ແລະ ການວາງແຜນການລົງທຶນ, ລວມທັງການຊ່ວຍເຫຼືອດ້ານເງິນສົດ ເພື່ອຊື້ແນວພັນພືດ, ສັດ ແລະ ອຸປະກອນການຜະລິດທີ່ແທດເໝາະກັບລະດູການ.
ດ້ວຍການຊ່ວຍເຫຼືອຈາກ ລັດຖະບານໄອແລນ (Ireland), ຊາວກະສິກອນ ຈຶ່ງມີຄວາມໝັ້ນໃຈຫຼາຍຂຶ້ນໃນການລົງທຶນເພື່ອອະນາຄົດຂອງເຂົາເຈົ້າ, ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ, ປັບປຸງດ້ານໂພຊະນາການ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ, ພ້ອມທັງສ້າງຄວາມສາມາດໃນການຟື້ນຕົວ ເພື່ອຮັບມືກັບຜົນກະທົບຈາກການປ່ຽນແປງສະພາບອາກາດ. 🌱💙
WFP is supporting women smallholder farmers in two districts of Houaphan province through a combination of climate-resilient agricultural training, nutrition education, financial literacy, and investment planning, as well as cash assistance to buy seeds and tools.
Thanks to the Government of Ireland, farmers are gaining the confidence to invest in their futures, strengthening their livelihoods, improving nutrition and food security, while also building their resilience to withstand climate shocks. 🌱💙
🎥 Watch the story.
Irish Aid Irish Embassy in Vietnam
22/05/2026
[English text below] ການຊ່ວຍເຫຼືອລ້າຈາກກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ແຫ່ງສະຫະພັນເຢຍລະມັນ ໄດ້ຊ່ວຍໃຫ້ ນາງ ສຸກສະຫວັນ, ຜູ້ທີ່ອາໄສຢູ່ໃນແຂວງເຊກອງ, ປ່ຽນແປງມຸມມອງຕໍ່ອະນາຄົດຂອງຕົນເອງ.
ຈາກທີ່ເຄີຍອອກຈາກບ້ານໄປຊອກຫາວຽກເຮັດງານທຳທີ່ມີລາຍໄດ້ດີກວ່າຢູ່ປະເທດໄທ, ມື້ນີ້ ສຸກສະຫວັນ ໄດ້ສຳເລັດການຝຶກອົບຮົມທີ່ສະໜັບສະໜູນໂດຍອົງການອາຫານໂລກ ຢູ່ພາຍໃນບ້ານຂອງລາວເອງ. ປັດຈຸບັນ, ນາງໄດ້ລ້ຽງໄກ່ພັນໄຂ່ ແລະ ປູກຜັກສວນຄົວ ເພື່ອສະໜອງໃຫ້ແກ່ໂຮງຮຽນ ແລະ ຕະຫຼາດໃນຊຸມຊົນ.
ມື້ນີ້, ສຸກສະຫວັນ ມີລາຍໄດ້ພຽງພໍເພື່ອລ້ຽງດູຄອບຄົວ ແລະ ຍັງໄດ້ຢູ່ໃກ້ຊິດເພື່ອເບິ່ງແຍງພໍ່ແມ່ທີ່ເຖົ້າແກ່ຂອງລາວ.
ຂໍຂອບໃຈກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ແຫ່ງສະຫະພັນເຢຍລະມັນ ທີ່ບໍ່ພຽງແຕ່ສະໜັບສະໜູນນັກຮຽນເທົ່ານັ້ນ, ແຕ່ຍັງໄດ້ສະໜັບສະໜູນການສ້າງອາຊີບທີ່ຊ່ວຍໃຫ້ຫຼາຍຄອບຄົວມີອະນາຄົດທີ່ໝັ້ນຄົງ ແລະ ມີຄວາມຫວັງຫຼາຍຂຶ້ນຢູ່ທີ່ບ້ານເກີດຂອງຕົນເອງ.
A grant from Bundesministerium für wirtschaftliche Zusammenarbeit und Entwicklung (BMZ) has helped Souksavanh, who lives in Sekong province, change her perspective on her future.
Once forced to leave home for Thailand in search of better income opportunities, Souksavanh completed training provided by WFP in her village. She is now raising layer chickens and growing vegetables to supply to schools and markets.
Today, Souksavanh earns enough to support her family and can stay close to care for her elderly parents.
Thanks to Bundesministerium für wirtschaftliche Zusammenarbeit und Entwicklung (BMZ) for supporting not only schoolchildren, but also livelihoods that help families build a more stable and hopeful future at home.
Germanyinlaos
Click here to claim your Sponsored Listing.
Category
Contact the organization
Telephone
Address
Vientiane
01160
Opening Hours
| Monday | 08:00 - 17:00 |
| Tuesday | 08:00 - 17:00 |
| Wednesday | 08:00 - 17:00 |
| Thursday | 08:00 - 17:00 |
| Friday | 08:00 - 17:00 |