SIT CyberSecurity
ຊົມລົມ CyberSEC & Software ແມ່ນຊົມລົມທີ່ຖືກສ້າງຂຶ້ນມາເພື່ອເປັນບ່ອນເຕົ້າໂຮມຜູ້ທີ່ມີຄວາມສົນໃຈໃນດ້ານຄວາມປອດໄພທາງໄຊເບີ ແລະ ການພັດທະນາຊອບແວ ພາຍໃນສະຖາບັນເຕັກໂນໂລຊີ ສຸດສະກະ ເຊິ່ງເປົ້າໝາຍຂອງຊົມລົມຂອງພວກເຮົາແມ່ນຊ່ວຍກັນສຶກສາ ແລະ ແຊຄວາມຮູ້ກັບສະມາຊິກພາຍໃນຊົມລົມເພື່ອພັດທະນາຂີດຄວາມສາມາດຂຶ້ນໄປເລື້ອຍໆບໍ່ວ່າຈະເປັນ Hard skill ແລະ Soft skill.
22/01/2024
📍 ໃນວັນທີ 10 ມັງກອນທີ່ຜ່ານມາ, ສະມາຊິກພວກເຮົາໄດ້ເຂົ້າຮ່ວມການແຂ່ງຂັນ Lao Cyber Security Hacking Challenge 2024
ເປັນການແຂ່ງຂັນແກ້ໂຈດ CTF ທາງດ້ານໄຊເບີທີ່ຕ້ອງໄດ້ນໍາໃຊ້ທັກສະ ແລະ ຄວາມຮູ້ກ່ຽວກັບໂປຣແກຣມຄອມພິວເຕີໃນການຫາຄໍາຕອບ ຫຼື Flag ນັ້ນເອງ.
ບອກໄດ້ເລີຍວ່າບັນຍາກາດພາຍໃນງານແມ່ນເຕັມໄປດ້ວຍຄວາມຕື່ນເຕັ້ນ ແລະ ຄວາມທ້າທາຍ, ເຊິ່ງທຸກໆຄົນຕ່າງກໍເຕັມທີ່ກັບການແຂ່ງຂັນຄັ້ງນີ້.💬
ໃນນັ້ນ, ສະມາຊິກໄຊເບີຈໍານວນ 1 ຄົນກໍສາມາດສູ້ຊົນຍາດໄດ້ລາງວັນຊະນະເລີດອັນດັບໜຶ່ງ
🥇ນໍ້າຫວານລວມມິດ
ທ້າວ ຄຳປະສຸກ ສີຫາລາດ
ສຸດທ້າຍນີ້, ພວກເຮົາຂໍຂອບໃຈມາຍັງ Lao Digital Week 2024 ແລະ ບໍລິສັດໄຊເບີຣັດຈໍາກັດຜູ້ດຽວ ທີ່ໄດ້ຈັດຕັ້ງງານແຂ່ງຂັນນີ້ຂຶ້ນມາ. ພວກເຮົາຈະສືບຕໍ່ຄົ້ນຄວ້າ ແລະ ພັດທະນາທັກສະທາງດ້ານໄຊເບີໃຫ້ມີຄວາມເຂັ້ມແຂງຂຶ້ນເພື່ອກຽມພ້ອມຕອບສະໜອງຕໍ່ໂລກດິຈີຕອນໃນອານາຄົດຕໍ່ໆໄປ
ຂອບໃຈຮູບພາບຈາກເພຈ: Cyberus Technologies